ໜິ້ວໄຂ່ຫຼັງແມ່ນຍ້ອນຜົນຂອງການເປັນຜຶກຂອງບາງທາດທີ່ບັນຈຸໃນນໍ້າຍ່ຽວ. ບັນດາໜິ້ວເຫຼົ່ານີ້ກໍ່ໂຕຂຶ້ນໃນ ໝາກໄຂ່ຫຼັງ ແລະ ຫຼັງຈາກນັ້ນໄຫຼວຽນຜ່ານທໍ່ສົ່ງປັດສະວະ (ureter) ລົງໄປພົກຍ່ຽວ. ຖ້ານ້ອຍມັນສາ ມາດອອກມາຕາມນໍ້າຍ່ຽວໄດ້. ໃນກໍລະນີໜິ້ວໃຫຍ່ບໍ່ສາມາດໄປຜ່ານທໍ່ສົ່ງປັດສະວະ. ສະນັ້ນ, ມັນຈະນອນ ຢູ່ໃນທໍ່ສົ່ງປັດສະວະ, ເຮັດໃຫ້ທໍ່ສົ່ງປັດສະວະອຸດຕັນ ແລະ ກີດຂວາງກະແສນໍ້າຍ່ຽວລົງໄປພົກຍ່ຽວເຮັດໃຫ້ ຄົນເຈັບມີອາການເຈັບ. ມີຫຼາຍປັດໃຈກໍ່ໃຫ້ເກີດໜິ້ວໄຂ່ຫຼັງເຊັ່ນ: ເປັນພິດ, ອາຫານບາງຊະນິດ, ຢາ ແລະ ບັນດາເງື່ອນໄຂເຮັດໃຫ້ປະລິມານ canxi ຫຼື ບັນດາທາດອື່ນເຊັ່ນ: oxalat ແລະ axit uric ໃນນໍ້າຍ່ຽວ ເພີ່ມຂຶ້ນ. ຊະນິດໜິ້ວທີ່ມັກພົບສ່ວນຫຼາຍແມ່ນໜິ້ວໄຂ່ຫຼັງທີ່ບັນຈຸ canxi.

bai-thach-so-do-cau-tao-than

ລະບາດວິທະຍາ (Epidemiology)

ສຳລັບຜູ້ຊາຍ, ໄລຍະຕົ້ນຂອງອາການເຈັບໜິ້ວໄຂ່ຫຼັງມັກເກີດຂຶ້ນໃນລະຫວ່າງອາຍຸ 30 ແລະ 60ປີ. ອັດ ຕາສ່ວນເປັນພະຍາດໃຫ້ແກ່ຜູ້ຊາຍທີ່ຍັງບໍ່ເຄີຍເປັນພະຍາດໜິ້ວໄຂ່ຫຼັງຈັກເທື່ອແມ່ນແຕ່ 3 ຮອດ 4 ກໍລະ ນີສຳລັບ 1.000ຄົນໃນໜຶ່ງປີລະຫວ່າງອາຍຸ 30 ແລະ 60ປີ ແລະ ຄ່ອຍໆຫຼຸດລົງຕາມອາຍຸ. ສຳລັບຜູ້ຍິງອັດຕາສ່ວນສູງສຸດລະຫວ່າງອາຍຸ 20 ແລະ 30ປີ (ປະມານ 2 ສຳລັບ 1.000ຄົນໃນທຸກປີ) ແລະ ຫຼຸດລົງ 1 ສຳລັບຜູ້ຍິງ 1.000ຄົນໃນໜຶ່ງປີສຳລັບ 10ປີຫຼັງຈາກນັ້ນ.

ບັນດາການວິໄຈໃໝ່ລ້າສຸດແຈ້ງການການເປັນພະຍາດກັບຄືນແຕ່ 30% – 50% ໃນ 5ປີ. ອັດຕາສ່ວນ ພະຍາດເປັນກັບຄືນໃນຜູ້ຊາຍໄດ້ຮັບການລາຍງານແມ່ນ 3ເທື່ອສູງກ່ວາທຽບກັບຜູ້ຍິງ. ແຕ່ວ່າບັນດາເຫດ ການທີ່ເອົາຈາກບັນດາການວິໄຈມີການຄວບຄຸມແບບບັງເອີນໃຫ້ເຫັນວ່າອັດຕາສ່ວນເປັນພະຍາດກັບຄືນຕໍ່່າກ່ວາ, ແຕ່ 2 ສຳລັບ 100ຄົນໃນໜຶ່ງປີ ຈົນເຖິງ 5ຄົນສຳລັບ 100ຄົນໃນໜຶ່ງປີ.

bai-thach-san-than-2

ພະຍາດທາງຊີວະພາບ (Pathophysiology)

ມີໜິ້ວໄຂ່ຫຼັງຫຼາຍຊະນິດ. ປະມານ 85%ໜິ້ວຂອງຜູ້ຊາຍ ແລະ 70%ໜິ້ວຂອງຜູ້ຍິງທີ່ບັນຈຸ canxi, ໃຕ້ ຮູບແບບ canxi oxalate. ເວົ້າລວມ, ພະຍາດຊຶມເຊື້ອທາງລະບົບປັດສະວະ ຫຼື ພະຍາດອະໄວຍະວະ ເຊັ່ນ: ພະຍາດ  hyperparathyroidism ມັກກໍ່ໃຫ້ເກີດໜິ້ວໄຂ່ຫຼັງໃນຜູ້ຊາຍຕໍ່າກ່ວາ 10% ແລະ ໜິ້ວ ໄຂ່ຫຼັງໃຫ້ຜູ້ຍິງ 25%. ບັນດາໜິ້ວຊະນິດອື່ນເຊັ່ນ: cystin, uri, ແລະ struvite ມັກພົບໄດ້ໜ້ອຍກ່ວາ. ແຕ່ວ່າມັນຕ້ອງໄດ້ຮັບການເອົາໃຈໃສ່ຍ້ອນພະຍາດສາມາດເປັນກັບຄືນ.

ໜິ້ວໄຂ່ຫຼັງກ້ອນໜຶ່ງຈະໄດ້ຈັບເປັນກ້ອນເມື່ອຄວາມເຂັ້ມຂອງບັນດາທາດກໍ່ໂຕເປັນໜິ້ວສູງກ່ວາລະດັບການລະລາຍຂອງພວກມັນ. ສາເຫດການກໍ່ໂຕຂອງໜິ້ວໄຂ່ຫຼັງປ່ຽນແປງອີງຕາມຊະນິດຂອງໜິ້ວ. ໜິ້ວ cysteine ກໍ່ໂຕຂຶ້ນໃນບັນດາຄົນທີ່ມີຄວາມຜິດປົກກະຕິທາງຮູບແບບກຳມະພັນ(autosomal recessive disorder) ເທົ່ານັ້ນ, ມີ cystin ໃນນໍ້າຍ່ຽວ. ໜິ້ວ axit uric ຈັບເປັນກ້ອນໃນຄົນທີ່ມີນໍ້າຍ່ຽວເປັນກົດ, ມີ ຫຼື ບໍ່ມີພະຍາດໃນນໍ້າຍ່ຽວມີ axit uric. ໜິ້ວ struvite ພຽງ ຈັບໂຕເປັນກ້ອນເມື່ອມີການຊຶມເຊື້ອຢູ່ທໍ່ສົ່ງ ປັດສະວະຍ້ອນແບັດທີເຣຍຜະລິດ urease ເທົ່ານັ້ນ. ໜິ້ວບາງທີກໍ່ໂຕຂຶ້ນເນື່ອງຈາກການເປັນຜຶກຂອງ ບັນດາຢາເຊັ່ນ: acyclovir ແລະ indinavir.

bai-thach-soi-than-3

ໜິ້ວທີ່ບັນຈຸ canxi ມີຫຼາຍສາເຫດ. ໜິ້ວທີ່ບັນຈຸ canxi phosphate ເກີດຂຶ້ນເມື່ອໃນນໍ້າຍ່ຽວມີ canxi ຫຼາຍ, ມີ citrate ໃນນໍ້າຍ່ຽວໜ້ອຍ ແລະ ນໍ້າຍ່ຽວເປັນດ່າງ.  ໜິ້ວຊະນິດນີ້ປົກກະຕິແມ່ນໝາກຜົນຂອງ ບັນດາພະຍາດເຊັ່ນ: ພະຍາດທໍ່ສົ່ງໄຂ່ຫຼັງເປັນກົດເກີນໄປ ຫຼື ພະຍາດ hyperparathyroidism. ໜິ້ວ canxi oxalate ກໍ່ໂຕຂຶ້ນເມື່ອຄວາມເຂັ້ມຂອງ canxi, oxala ຫຼື axit uric ເພີ່ມຂຶ້ນ ແລະ citrate ໃນນໍ້າຍ່ຽວຫຼຸດລົງ.

ປັດໃນກໍ່ໃຫ້ເກີດພະຍາດ

ການກໍ່ໂຕເປັນໜິ້ວໄຂ່ຫຼັງຂຶ້ນກັບຫຼາຍປັດໃຈ: ນໍ້າຍ່ຽວ, ອາຫານ, ປັດໃຈກຳມະພັນກໍ່ຄືການປະກົດໂຕ ຂອງພະຍາດອື່ນໆ. ຄວາມເຂັ້ມ, ບໍ່ແມ່ນພຽງແຕ່ປະລິມານສັງລວມຂອງບັນດາປັດໃຈໃນນໍ້າຍ່ຽວແມ່ນບັນ ດາຂໍ້ກຳນົດທີ່ສຳຄັນໃຫ້ແກ່ການກໍ່ໂຕເປັນໜິ້ວໄຂ່ຫຼັງ. ຄວາມໝາຍຂອງຄວາມເຂັ້ມເນັ້ນເຖິງຄວາມສຳຄັນ ຂອງປະລິມານທາດແຫຼວທີ່ໄດ້ດື່ມ ແລະ ປະລິມານຂອງນໍ້າຍ່ຽວ. ແຕ່ວ່າ, ການກໍ່ໂຕເປັນໜິ້ວບໍ່ສາມາດ ຄາດຄະເນໄດ້ດ້ວຍສ່ວນປະກອບຂອງນໍ້າຍ່ຽວເທົ່ານັ້ນ. ບາງປັດໃຈອາຫານທີ່ກ່ຽວຂ້ອງເຖິງຄວາມສ່ຽງຕໍ່າທີ່ ຈະເປັນໜິ້ວໄຂ່ຫຼັງລວມມີ: ໃຊ້ canxi, kali, phytate ຫຼາຍ ແລະ ໃຊ້ protein ພືດ, natri ແລະ sucrose ໜ້ອຍ, ນອກຈາກອາຫານ, ບັນດາປັດໃຈທົ່ວຮ່າງກາຍ (systemic factors) ເຊັ່ນ: ດັດຊະນີ ມວນສານຮ່າງກາຍ (body mass index) ສູງ (ພິເສດສຳລັບຜູ້ຍິງ) ພະຍາດ gout ແລະ ພະຍາດ hyperparathyroidism ກໍ່ມີຜົນກະທົບ.

bai-thach-benh-gout

ອາການ

ອີງຕາມຂະໜາດຂອງໜິ້ວໄຂ່ຫຼັງ, ຕຳແໜ່ງຂອງກ້ອນໜິ້ວໃນທໍ່ສົ່ງນໍ້າຍ່ຽວ ຫຼື ວ່າມັນມີການກ່ຽວຂ້ອງເຖິງ ການຊຶມເຊື້ອໃນໝາກໄຂ່ຫຼັງຫຼືບໍ່, ບັນດາອາການອາດແຕກຕ່າງກັນເຊັ່ນ: ເຈັບຫຼັງ ຫຼື ເຈັບດ້ານຂ້າງ, ມີ ເລືອດໃນນໍ້າຍ່ຽວ, ຮາກ, ໄຂ້ຮ້ອນ, ໄປຖ່າຍເບົາເປັນປະຈຳ ຫຼື ມີຄວາມຮູ້ສຶກຢາກໄປຖ່າຍເບົາໃນທັນທີ ແລະ ຮູ້ສຶກເຈັບເວລາຖ່າຍເບົາ.

Nhận xét