ກວດພະຍາດ ແລະ ທົດສອບ

ການກວດພົບພະຍາດທີ່ປົກກະຕິທີ່ສຸດແມ່ນອາການເຈັບດ້ານຂ້າງເຈັບແກ່ຍາວຈົນຕ້ອງໄດ້ນຳສົ່ງຄົນເຈັບ ໄປຫ້ອງສຸກເສີນ. ມັນມັກມາພ້ອມກັບການຮາກ. ອາການເຈັບມັກແລ່ນເຖິງຈຸດອື່ນໆອີງຕາມຕຳແໜ່ງຂອງ ໜິ້ວ: ເມື່ອໜິ້ວນອນຢູ່ເທິງທໍ່ສົ່ງນໍ້າຍ່ຽວສູງ, ອາການເຈັບແລ່ນໃສ່ທ້ອງ, ເມື່ອໜິ້ວນອນຢູ່ທໍ່ສົ່ງນໍ້າຍ່ຽວຕໍ່າ, ອາການເຈັບແລ່ນລົງໝາກອັນທະເບື້ອງດຽວກັນ (ipsilateral testicle) ສຳລັບຜູ້ຊາຍ, ຫຼື ຮິມຊ່ອງຄອດ ເບື້ອງດຽວກັນ ( ipsilateral labium) ສຳລັບຜູ້ຍິງ, ຖ້າໜິ້ວນອນຢູ່ບ່ອນຂໍ້ຕໍ່ລະຫວ່າງທໍ່ສົ່ງປັດສະວະ ແລະ ພົກຍ່ຽວ, ອາການຫຼັກແມ່ນປວດຖ່າຍເບົາ ແລະ ໄປຖ່າຍເບົາຫຼາຍເທື່ອ. ໜຶ່ງວິທີກວດພົບພະຍາດ ທີ່ພົບໄດ້ຍາກກ່ວາແມ່ນມີເລືອດໃນນໍ້າຍ່ຽວແຕ່ບໍ່ເຈັບ.

bai-thach-san-than

ເຖິງຢ່າງໃດກໍ່ຕາມການກວດພະຍາດບໍ່ພຽງພໍເພື່ອຢັ້ງຢືນພະຍາດແຕ່ມັນກໍ່ຊ່ວຍໃຫ້ການບົ່ງມະຕິ. ຄົນເຈັບ ມັກເຈັບຢ່າງຈະແຈ້ງ ແລະ ບໍ່ສາມາດຊອກໄດ້ ເຖິງແມ່ນວ່າການຫັນຕໍາແຫນ່ງເພື່ອຫຼຸດຜ່ອນອາການເຈັບ ປວດກໍ່ຕາມ. ອາດມີອາການເຈັບບ່ອນມູມກະດູກຂ້າງ ແລະ ກະດູກສັນຫຼັງ (costo-vertebral angle tenderness) ເບື້ອງດຽວກັນ ແລະ ໃນກໍລະນີທໍ່ສົ່ງປັດສະວະຖືກອຸດຕັນ, ອາດມີສັນຍານ ແລະ ອາການ ຊຶມເຊື້ອ.

ທົດສອບເຄມີຊີວະໃນເລືອດປົກກະຕິ, ແຕ່ເມັດເລືອດຂາວເພີ່ມຂຶ້ນມັກພົບເນື່ອງຈາກການຊຶມເຊື້ອ ຫຼື ເຄ່ັງ ຄຽດ (stress). ທົດສອບນໍ້າຍ່ຽວໃຫ້ເຫັນມີເມັດເລືອດຂາວ ແລະ ເມັດເລືອດແດງ ແລະ ບາງທີກໍ່ແມ່ນ ຜຶກ. ຖ້າທໍ່ສົ່ງປັດສະວະຖືກອຸດຕັນຢ່າງສົມບູນເນື່ອງຈາກໜິ້ວ, ພວກເຮົາຈະບໍ່ເຫັນເມັດເລືອດແດງເພາະ ບໍ່ມີນໍ້າຍ່ຽວແລ່ນລົງແຕ່ທໍ່ສົ່ງປັດສະວະເຂົ້າພົກຍ່ຽວ. ໃນແງ່ຂອງທາງຄລີນິກ, ບັນດາຄົນເຈັບທີ່ເປັນ ພະຍາດໜິ້ວໄຂ່ຫຼັງທີ່ບໍ່ມີອາການມັກມີເມັດເລືອດແດງໃນນໍ້າຍ່ຽວ.

bai-thach-xet-nghiem-nuoc-tieu

ຄວນເລືອກວິທີຖ່າຍ Helical CT, ຄວາມສາມາດໃຫ້ເຫັນໜິ້ວ uric acid (ໄດ້ຖືວ່າແມ່ນໃສ -radiolucent- ເທິງຟິມ CT) ແລະ ບໍ່ຕ້ອງໃຊ້ທາດຕົວແທນຄວາມຄົມຊັດ. ມີຂໍ້ມູນໜ້ອຍທີ່ສຸດເພື່ອສົມ ທຽບ CT ແລະ ການເອໂກ, ແຕ່ໃນກໍລະນີເຈັບໜິ້ວກະທັນຫັນ, ຄວາມໄວຂອງ CT ແມ່ນ 96% ທຽບ ກັບ 61% ສຳລັບການເອໂກ. ສະເພາະສຳລັບທັງສອງວິທີແມ່ນ 100%. CT ມັກໃຫ້ເຫັນໜິ້ວໃນທໍ່ສົ່ງ ປັດສະວະ ຫຼື ໜິ້ວໄດ້ໄປຜ່ານ (ນໍ້າອັ່ງໃນໝາກໄຂ່ຫຼັງ – hydronephrosis-) ໃນຂະນະທີ່ຟິມເອັກສະ ເລມັກອາດບໍ່ສາມາດກວດພົບໄດ້ໜິ້ວໃນທໍ່ສົ່ງປັດສະວະ ຫຼື ໝາກໄຂ່ຫຼັງໃນທັນທີເຖິງແມ່ນວ່າເອັກສະເລ ແບບເຕັມ ແລະ ບໍ່ສາມາດໃຫ້ເຫັນວ່າມີການອຸດຕັນຢູ່ທໍ່ສົ່ງປັດສະວະ

bai-thach-CT-soi-than

ເພື່ອຊອກບັນດາໜິ້ວທີ່ມຸ່ນທີ່ຍັງເຫຼືອຫຼັງຈາກໃຊ້ການຜ່າຕັດທຳລາຍໜິ້ວນອກໄຂ່ຫຼັງ(nephrostolithotom-y), ແມ່ນ CT ໄວກ່ວາຟິມເອັກສະເລຖ່າຍໝາກໄຂ່ຫຼັງ, ທໍ່ສົ່ງປັດສະວະ ແລະ ພົກຍ່ຽວ (KUB:Kidney Ureter Bladder) – 100% ທຽບກັບ 46% – ແຕ່ພິເສດໜ້ອຍກ່ວາ – 62% ທຽບກັບ 82% – ການ ເອໂກມີຈຸດສະດວກແມ່ນໃຫ້ເຫັນໝາກໄຂ່ຫຼັງ ແລະ ທໍ່ສົ່ງປັດສະວະຢູ່ໄກ້ (proximal ureter) ແລະ ຄື ແນວນັ້ນໜິ້ວໃນທໍ່ສົ່ງປັດສະວະມັກບໍ່ເຫັນໄດ້.

ໜຶ່ງການວິໄຈຟື້ນຟູສົມທຽບ 123 ຄັ້ງກວດດ້ວຍການເອໂກທຽບກັບ CT ໃຫ້ເຫັນຄວາມໄວຂອງການເອ ໂກແມ່ນ 24% ແລະ ຄວາມຊ່ຽວຊານແມ່ນ 90%, ການເອໂກອາດບໍ່ໃຫ້ເຫັນບັນດາໜິ້ວທີ່ນ້ອຍກ່ວາ 3 mm.

ກຳນົດພະຍາດເພື່ອຈຳແນກ

ພະຍາດໜິ້ວໄຂ່ຫຼັງມັກເກີດຂຶ້ນຍ້ອນແນວນັ້ນການປະກົດໂຕຂອງໜິ້ວບໍ່ອະນຸຍາດໃຫ້ກຳນົດພະຍາດໄດ້ຢ່າງຈະແຈ້ງເມື່ອຄົນເຈັບມີອາການເຈັບທ້ອງ ຫຼື ເຈັບບໍລິເວນຂ້າງ. ນອກຈາກນັ້ນໜິ້ວໄຂ່ຫຼັງອາດຄືກັບບາງ ພະຍາດກະທັນຫັນອື່ນ. ໜິ້ວນອນຢູ່ໃນທໍ່ສົ່ງປັດສະວະເບື້ອງຕິດກັບໝາກໄຂ່ຫຼັງຮຽນແບບຄືກັບອັກເສບຖົງນໍ້າບີກະທັນຫັນ(cholecy-scitis), ໜິ້ວນອນຢູ່ເບື້ອງລຸ່ມທໍ່ສົ່ງປັດສະວະດ້ານໜ້າຄືກັບອັກເສບໄສ້ຕິ່ງ(appendicitis), ໜິ້ວນອນຢູ່ ບ່ອນຕິດກັບທໍ່ສົ່ງປັດສະວະ ແລະ ພົກຍ່ຽວຄືກັບອັກເສບພົກຍ່ຽວ (acute cyscitis), ໜິ້ວນອນຢູ່ເບື້ອງ ລຸ່ມທໍ່ສົ່ງປັດສະວະເບື້ອງຊ້າຍຄືກັບອັກເສບຖົງຫຸ້ມລຳໄສ້ແກ່ (divertivulitis). ໜິ້ວກ້ອນໜຶ່ງເຮັດໃຫ້ອຸດຕັນທໍ່ສົ່ງປັດສະວະ ແລະ ເກີດການຊຶມເຊື້ອດ້ານລຸ່ມອາດຄືກັບອັກເສບໝາກໄຂ່ ຫຼັງ. ນອກຈາກນັ້ນຍັງມີອາການເຈັບເນື່ອງຈາກກ້າມເນື້ອ ແລະ ກະດູກ, ພະຍາດ zona (herpes zoster), ອັກເສບຖົງນໍ້າບີກະທັນຫັນ, ລຳໄສ້ເປັນແຜ, ອັກເສບໄສ້ຕິ່ງ, ອັກເສບຖົງຫຸ້ມລຳໄສ້ແກ່, ອັກ ເສບໝາກໄຂ່ຫຼັງ, ເສັ້ນເລືອດແດງໂປ່ງຟູໃນຊ່ອງທ້ອງ, ພະຍາດຍິງ, ທໍ່ສົ່ງປັດສະວະຕັນເນື່ອງຈາກ ເລືອດຈັບໂຕເປັນກ້ອນ ແລະ ທໍ່ສົ່ງປັດສະວະຕີບເຂົ້າ

Nhận xét